MrJazsohanisharma
OICT-Copyright

ກອງປະຊຸມອົງການປົກຄອງແຂວງ ປະຈໍາເດືອນສິງຫາ ແລະ ທິດທາງແຜນການເດືອນກັນຍາ 2024 ແບບເຊິ່ງໜ້າ ແລະ ລະບົບອອນລາຍ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 27 ສິງຫາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີ,

 

ກອງປະຊຸມອົງການປົກຄອງແຂວງ ປະຈໍາເດືອນສິງຫາ ແລະ ທິດທາງແຜນການເດືອນກັນຍາ 2024 ແບບເຊິ່ງໜ້າ ແລະ ລະບົບອອນລາຍ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 27 ສິງຫາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີ,

            ໂດຍການເປັນປະທານຂອງ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ມີບັນດາທ່ານຫົວໜ້າອົງການ, ກົມກອງ, ພະແນກການ, ເສນາທິການສະພາປະຊາຊົນແຂວງ, ລັດວິສາຫະກິດ ທະນາຄານອ້ອມຂ້າງແຂວງ ແລະ ທ່ານເຈົ້າເມືອງ 11 ເມືອງເຂົ້າຮ່ວມແບບເຊິ່ງໜ້າ ແລະ ທາງໄກ.ໃນກອງປະຊຸມຄັ້ງນີ້ ເນື້ອແທ້ແມ່ນພວກເຮົາຈະໄດ້ພ້ອມກັນຮັບຟັງ ແລະ ຄົ້ນຄວ້າປຶກສາຫາລືບັນດາໜ້າວຽກທີ່ສໍາຄັນຂອງແຂວງ ປະຈໍາເດືອນສິງຫາ ແລະ ທິດທາງແຜນການຈຸດສຸມປະຈໍາເດືອນກັນຍາປີ 2024 ເປັນຕົ້ນ ຮັບຟັງລາຍງານສະພາບພົ້ນເດັ່ນ ຂອງອົງການປົກຄອງແຂວງ ໃນການຈັດຕັ້ງປະຕິບັດວຽກຈຸດສົມໃນເດືອນ ສິງຫາ ແລະ ກໍານົດທິດທາງວຽກຈຸດສຸມ ເດືອນ ກັນຍາ 2024, ຮັບຟັງລາຍງານການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ ແລະ ຮັກສາຄວາມສະຫງົບລາບຕາມບໍລິເວນຊາຍແດນ, ຮັບຟັງລາຍງານການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ກ່ຽວກັບການແກ້ໄຂບັນກາຫຍໍ້ທໍ້ໃນສັງຄົມ, ຮັບຟັງລາຍງານການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍງົບປະມານ ແລະ ການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ, ຮັບຟັງລາຍງານກ່ຽວກັບການບົວລະບັດຮັກສາພຶດລະດູຝົນ ແລະ ການເຝົ້າລະວັງການລະບາດຂອງພະຍາດສັດຕູພືດ ແລະ ພະຍາດສັດ, ຮັບຟັງລາຍງານກ່ຽວກັບບັນຫາສະພາບໄພພິບັດທີ່ເກີດຂຶ້ນຢູ່ພາຍໃນແຂວງ, ຮັບຟັງລາຍງານກ່ຽວກັບການກະກຽມຄວາມພ້ອມໃຫ້ແກ່ການໄຂສົກຮຽນໃໝ່ ສົກປີ 2024-2025, ຮັບຟັງການເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງ ຊຸດທີ II  ແລະ ການຕິດຕາມຊຸກຍູ້ນິຕິກໍາໃຕ້ກົດໝາຍຂອງແຂວງ. ຈາກນັ້ນປະທານກອງປະຊຸມ ໄດ້ມີຄໍາເຫັນເຈາະຈິ້ມ ແລະ ບັນດາທ່ານເຂົ້າຮ່ວມແບບເຊິ່ງໜ້າ ແລະ ທາງໄກ ກໍ່ໄດ້ປະກອບຄໍາຄິດຄໍາເຫັນຢ່າງພາວະວິໄສ ເຊິ່ງຍົກໃຫ້ເຫັນດ້ານຕັ້ງໜ້າ ແລະ ປັດໃຈໃໝ່ທີ່ພົ້ນເດັ່ນ, ດ້ານອ່ອນ, ຂໍ້ຄົງຄ້າງ ເພື່ອຈະພ້ອມກັນສູ້ຊົນແກ້ໄຂໃນຕໍ່ໜ້າ.        


Post a Comment (0)
Previous Post Next Post
OICT-Copyright
OICT-Copyright